ໂຕະ

ຈາກ ວິກິພີເດຍ
ໂຕະກັບຕັ່ງເຮັດຈາກໄມ້

ໂຕະ ແມ່ນເຄື່ອງເຮືອນທີ່ມີພື້ນຜິວດ້ານເທິງຮາບຂະໜານກັບພື້ນ ຮອງຮັບນ້ຳໜັກໂດຍຂາໂຕະ ໂດຍອາດໃຊ້ສຳລັບວາງສິ່ງຂອງຢ່າງເຊັ່ນຂອງກິນ ໂດຍຄວາມສູງມີຄວາມພໍເໝາະສຳລັບການນັ່ງ ແລະສ່ວນຫຼາຍຈະໃຊ້ຄູ່ກັບຕັ່ງ. ໂຕະໃນເມື່ອຍາມກ່ອນໜ້ານີ້ ຈະແຕກຕ່າງຈາກບັດດຽວນີ້ເຊິ່ງໂຕະສະໄໝໃໝ່ມັກບໍ່ມີລິ້ນຊັກ ໂຕະສຳລັບມີໄວ້ຂຽນແລະເຮັດວຽກໃນອົບຟິດຈະເອີ້ນ ໂຕະເຮັດວຽກ (desk) ເຊິ່ງຈະມີລິ້ນຊັກຢ່າງໜ້ອຍ 1 ອັນຫຼືຫຼາຍກວ່ານັ້ນທາງກ້ອງ ບາງຊິ້ນສ່ວນຂອງໂຕະອາດຂະຫຍັບປັບປ່ຽນໄດ້.